Category Archives: Talk

ເບີໂທລະສັບ

ຈະເລົ່າເລື່ອງໃຫ້ຟັງ ແຕ່ກ່ອນມີເບີແທງໂກ້ (a.k.a Tigo) ຢູ່ເບີໜຶ່ງ ຄື 777×900 ຕອນນັ້ນຊື້ມາໃຊ້ເອງ ແຕ່ວ່າ ຫລັງຈາກນັ້ນມີເບີອື່ນໃຊ້ ກໍ່ເລີຍໃຊ້ເບີອື່ນ ແລ້ວມີໝູ່ຄົນໜຶ່ງຂໍຢືມໄປໃຊ້ ກໍ່ເລີຍວ່າໃຫ້ໄປ ເພາະວ່າສະນິດກັນ ແລ້ວກໍ່ ບໍ່ໄດ້ໃຊ້ແດ່ລະ ດົນເຕີບ ເກີດຢາກເອົາກັບມາໃຊ້ໃຫມ່ ເລີຍໂທໄປຫາໝູ່ແຕ່ບໍ່ຕິດ ເລີຍໂທໄປເບີ 777×900 ໂທໄປຫລາຍເທື່ອບໍ່ມີຄົນຮັບສາຍ ກໍ່ເຂົ້າໃຈວ່າຄົງເສຍແລ້ວ ເລີຍເຮັດເລື່ອງໄປຂໍ SIM ໃຫມ່ ແຕ່ວ່າ ມື້ສຸດທ້າຍ ກ່ອນທີ່ຈະໄປສູນເພື່ອຂໍເບີໃຫມ່ຫັ້ນ ກາຍເປັນວ່າ ໂທຕິດ!!! ກໍ່ເລີຍບໍ່ໄປເອົາ ຕໍ່ມາຕິດຕໍ່ໝູ່ຄົນທີ່ຢືມໄປໄດ້ ເລີຍຖາມເພິ່ນ ໆ ກໍ່ເລົ່າໃຫ້ຟັງວ່າ ເອົາໃຫ້ຄົນອື່ນຢືມໄປໃຊ້ ເລີຍບອກວ່າ ຊິເອົາມາໃຊ້ຄືນແລ້ວໃດ໋ ໝູ່ກໍ່ບອກວ່າ … Continue reading

Posted in Talk | 1 ຄວາມເຫັນ

ຊີວິດ ແລະເມືອງມໍລະດົກ

ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆ​ບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ … Continue reading

Posted in Talk | ໃຫ້ຄວາມເຫັນ

ບ້ານນອກອາເມລິກາອາຍຸ 30!!!

ມື້ນີ້ໂທໄປຫາຫມູ່ທີ່ຮຽນຢູ່ວຽງ ຮຽນ Lao-Singapore Computer Genetic School (LSCGS) ລົມມັນ ມັນເວົ້າໃຫ້ຟັງວ່າ ໄປເຈີະກັບຄົນພາກເຊົ້າ ແລ້ວກໍ່ເປີດ au8ust.org ໃຫ້ເຂົາເບິ່ງ ບາດນີ້ມີອີຕາຫນຶ່ງ ເຫັນແລ້ວບອກວ່າ ເຄີຍເຂົ້າໄປເບິ່ງຄືກັນ ເວັບ au8ust.org ແຕ່ບໍ່ຮູ້ໃຜເປັນຄົນເຮັດ ສົງໄສຊິແມ່ນບ້ານນອກອາເມລິການ ອາຍຸຄົງຈະປະມານ 30 !!!!! OMG!!! ຄິດໄດ້ແນວໃດວະ 5555+++ ໂອຍຕາຫລົກຫລາຍ ຕາຫລົກຫລາຍ ຊ່ວງນີ້ສົງໄສເປັນຂາລົງ ເວັບໃດກໍ່ທຳທ່າຊິໄປບໍ່ລອດ ຫລ້າສຸດ LaoSymbian.com ເຈັ໊ງໄປແລ້ວ Forum ລົ່ມ ໄດ້ເຮັດໃຫມ່ ສົງໄສຊິໄປບໍ່ຮອດໃສແທ້ໆ ສ່ວນ LaoSabai.com ເວັບເປີດໃຫມ່ … Continue reading

Posted in Talk | ໃຫ້ຄວາມເຫັນ

ຄວາມມະຫັດສະຈັນຂອງ Google PageRank

ເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ… ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ…!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ… ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ … Continue reading

Posted in Talk | 4 ຄວາມເຫັນ

ຂໍບອກ

ສະບາຍທ່ານແຂກຜູ້ມີກຽດທຸກໆ ທ່ານ ອັນເນື່ອງມາຈາກວ່າຂ້າພະເຈົ້າຂຽນບລັອກຢູ່ http://www.au8ust.org ແລ້ວ ຊິໃຫ້ມາອັບເດທສອງບ່ອນມັນຄືຊິຍາກ ກໍ່ເຫດນັ້ນແລ ຈຶ່ງຢາກຈະເຊີນຊວນທ່ານທັງຫລາຍ ໄປອ່ານບລັອກຂອງຂ້າພະເຈົ້າຢຸ່ທີ່ http://www.au8ust.org ຈະດີກວ່າ ສະບາຍທັງຄົນອ່ານ ສະບາຍທັງຄົນຂຽນ ເພາະວ່າຫຍັງ ເພາະວ່າຄົນອ່ານກໍ່ອ່ານບ່ອນດຽວ ຄົນຂຽນກໍ່ຂຽນບ່ອນດຽວ ທາງດຽວກັນ ໄປນຳກັນ ພະລັງງານຫານສອງນັ້ນເອງ!!!

Posted in Talk | 6 ຄວາມເຫັນ