Category Archives: หนังสือ

ສັງສິນໄຊ ຕອນ: ຍັກກະສັນບັ້ນ

ບັດນີ້ ຈັກກ່າວມະຫາຍັກເຖົ້າເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງ ເສື້ອສ່ວນສິນ ເຊັງວ່າກຸມພັນແທ້ທະຣົງລືຣິດທິເດດ ຮູ້ຮ່ຳຖ້ວນຄອງຊັ້ນສາຕສິນ ຈົບເພດດ້ວຍມົນມາກຢາຢຳ ເທິງທໍຣະນີໄປ່ປຸນໃຜພ້ຽງ ເປັນພົງເຊື້ອເວດສຸວັນເທວະຣາດ ພຣະໃຫ້ຖືດ່ານດ້າວເປັນແຫ່ງຜີ ທໍ່ໄປ່ມີເຜົ່າພ້ຽງພຣະເຍັຽຍອດເທພີ ເປັນພຣະຍາໂທນຢູ່ເນົານອນແລ້ງ ສົມບັດລົ້ນກອງມະນີນັບໂກດ ພິສລ່າງລ້ວນລືໄຮ້ຮ່າງແຄນ ມີທໍ່ຄິດໃຄ່ດ້ວຍດອມມິ່ງມະເຫສີ ທົນທວງກະສັນສິ່ງໄຟຮົມເອົ້າ ຫລິງດູກ້ຳບຸຮານ ຮຽງຮ່ວມກັນນັ້ນ ອັນວ່າພຣະມິ່ງຂ້າຂານເບື້ອງຝ່າຍໃດ ຈັກວ່າເປັນຊາດເຊື້ອນາມ ນາດແນວດຽວນີ້ລື ຮູ້ວ່າເນົາໃນມະນຸສໂລກຄົນນະຄອນກວ້າງ ຮູ້ວ່າເປັນພົງເຊື້ອນາ ໂຄຄຸທຣາດ ສັງມາໄລພີ່ໄວ້ໃຫ້ແດດິ້ນດັ່ນດຽວນີ້ເດ ຄ້ອມວ່າແລ້ວລາຣາຊປາງທອງ ຮວາຍມົນໂອມແອ່ວທະຍານຍັງຟ້າ ແຍງຫົນກ້ຳກະໃດທອງເທວະຣາດພົ້ນກີບຟ້າ ຂຽວດັ້ນດຸ່ງເຖິງມັນກໍເຂົ້າຂາບທ້າວສຸວັນນະຣາຊເທໂວ ພູມີຊົມຊື່ນຖາມຖແລງຖ້ວຍ ມາລືກຸມພັນຜູ້ລືກຽນກົງໂລກກູເອີຍ ເຊື້ອສ່ຳເໜົ້ານາງທ້າວຄ່ອຍຄົງແດ່ລື ເມືອນັ້ນ ທ້າວໃຫ່ຽຮູ້ຮັບພາກເທໂວ ພົງພັນຍັງຄ່ອຍຄົງພົບໜ້າ ບັດນີ້ ໂສກາກ້ຳແດນໃດຫາຍ ຫ່ວງແຄ້ນແຕ່ຂ້າພຣະບາດເຈົ້າ ໃຈຂ້ອງຂອດຂລັງ ເພາະເພື່ອພັດປະກອບແກ້ວ … Continue reading

Posted in หนังสือ | ໃຫ້ຄວາມເຫັນ

ສັງສິນໄຊ ຕອນ: ສົມມຸດຕິບັ້ນ (ນະມັດຖຸ)

ມີຄົນອົດສາພິມລົງຄອມໃຫ້ ດັງນັ້ນ ຕ້ອງລົງຫລາຍ ໆ ບ່ອນ ;P ສີສຸມັງຄະລະເລີດລ້ຳສິດທິເດດລືຊາ ນາໂຖສຸດຍອດຍານໄຕແກ້ວສວັດດີ ນ້ອມໃນທັມພຸທບາດ ຄຸນພຣະຍົກໃສ່ເກົ້າຊຸລີລ້ຳຍອດຍານ ຂວບເມື່ອຮ່ວນໆຟ້າຮ້ອງ ຮ່ຳຣະງົມຝົນ ພຸ້ນເຢີ ວາໂຍຜລຽງລ່ວງໄຄວຄຸມດ້າວພຶກສາກ້ຽວແສນກໍກາງກີບ ຣະດູພືຊໂພດພ້ອມເພັງຖ້ວນເຖື່ອນແຖວ ຍາມນັ້ນມະຫາເມກເຄົ້າຄະນົງເນັ່ງບັງບົດສຸຣະພາອຽງອວ່າຍແລງລົງໄມ້ ອາທິດຈອນຈັນແຈ້ງເດືອນສາມສັຕພິດ ສລຸລູບເນື້ອເນົາ ວະຊ້ອຍຊອບຍານ. ເມື່ອນັ້ນ ປາງຄຳຄຸ້ມຄະນິງທັມທົງມາກ ເຫັນຮຸ່ງຍານຍອດແກ້ວທຽວໃຊ້ຊາດ ພຣະອົງ ໃຄ່ຈັກຕົກແຕ່ງຕັ້ງແປປັ່ນເປັນໄທ ເອັງຊຸລີເຊີນສວງ ຊ່ອຍຍານຍາມແຄ້ນ ຈະຕຸໂລກາກ້ຳໄອສວນແສນທີບ ກັບທັງຄຸທນາກເໜົ້ານາງທ້າວເທພຄຸນ ເຊີນຊ່ອຍຮີ ຮ່ຳປ້ອງແປງກາບກອນປະຈິດ ໄວ້ແກ່ໄຕຕອງບຸນແວ່ນແຍງຍາມແຄ້ນຕາມທີ່ເອັງຊຸ ລີເທົ້າທວານສາມປະນົມນອບມານີ້ ຄຸນຍ່ອມຍົກໃສ່ເກົ້າຕະເກີງຕັ້ງຊູ່ຍາມ ບັດນີ້ຂ້າ ຈັກປຸນແຕ່ງຕັ້ງ ໄຂຊາດແປທັມກ່ອນແລ້ວ ເປັນທີ່ຍຸແຍງຝູງພ່ຳເພັງພາຍຊ້ອຍ ຄວນທີ່ອັສຈັນລ້ຳໂລກາກົງໂລກເຮົານີ້ມີໃນຫ້າສິບຊາດແທ້ທຽວໃຊ້ສົ່ງເວນ ແທ້ແລ້ວ. ຍັງມີນັຄເຣດລ້ຳຊັ້ນຊື່ … Continue reading

Posted in หนังสือ | 2 ຄວາມເຫັນ