ເບີໂທລະສັບ

ຈະເລົ່າເລື່ອງໃຫ້ຟັງ ແຕ່ກ່ອນມີເບີແທງໂກ້ (a.k.a Tigo) ຢູ່ເບີໜຶ່ງ ຄື 777×900 ຕອນນັ້ນຊື້ມາໃຊ້ເອງ ແຕ່ວ່າ ຫລັງຈາກນັ້ນມີເບີອື່ນໃຊ້ ກໍ່ເລີຍໃຊ້ເບີອື່ນ ແລ້ວມີໝູ່ຄົນໜຶ່ງຂໍຢືມໄປໃຊ້ ກໍ່ເລີຍວ່າໃຫ້ໄປ ເພາະວ່າສະນິດກັນ ແລ້ວກໍ່ ບໍ່ໄດ້ໃຊ້ແດ່ລະ

ດົນເຕີບ ເກີດຢາກເອົາກັບມາໃຊ້ໃຫມ່ ເລີຍໂທໄປຫາໝູ່ແຕ່ບໍ່ຕິດ ເລີຍໂທໄປເບີ 777×900 ໂທໄປຫລາຍເທື່ອບໍ່ມີຄົນຮັບສາຍ ກໍ່ເຂົ້າໃຈວ່າຄົງເສຍແລ້ວ ເລີຍເຮັດເລື່ອງໄປຂໍ SIM ໃຫມ່ ແຕ່ວ່າ ມື້ສຸດທ້າຍ ກ່ອນທີ່ຈະໄປສູນເພື່ອຂໍເບີໃຫມ່ຫັ້ນ ກາຍເປັນວ່າ ໂທຕິດ!!! ກໍ່ເລີຍບໍ່ໄປເອົາ

ຕໍ່ມາຕິດຕໍ່ໝູ່ຄົນທີ່ຢືມໄປໄດ້ ເລີຍຖາມເພິ່ນ ໆ ກໍ່ເລົ່າໃຫ້ຟັງວ່າ ເອົາໃຫ້ຄົນອື່ນຢືມໄປໃຊ້ ເລີຍບອກວ່າ ຊິເອົາມາໃຊ້ຄືນແລ້ວໃດ໋ ໝູ່ກໍ່ບອກວ່າ ບໍ່ຍາກ ດຽວຊິໄປເຮັດໃຫມ່ໃຫ້ (ເພາະວ່າທຳອິດໝູ່ເອົາມາແລ້ວເຮັດເສຍ ເລີຍວ່າເຄີຍໄປຂໍເທື່ອໜຶ່ງແລ້ວ ກໍ່ເລີຍໄປເອົາງ່າຍ ມີ) ກໍ່ຕອບວ່າໂອເຄ

ຜ່ານໄປປະມານ 1 ເດືອນ ຈຶ່ງໄດ້ເບີກັບມາ ແຕ່ວ່າ ໃຊ້ໄດ້ປະມານ 2 ມື້ ກໍ່ມີຄົນໂທມາຖາມວ່າ ອັນນີ້ຢູ່ໃສ? ຟັງສຽງຄິດອອກວ່າ ແມ່ນຄົນທີ່ຢືມເບີນຳໝູ່ເຮົາໄປ ເລີຍບໍ່ເວົ້າຫຍັງຫລາຍ ບອກແຕ່ວ່າ ໂທຜິດແລ້ວ ໆ ກໍ່ວາງສາຍ

ອືມ… ເບີຂອງເຮົາ ເຮົາຊິເອົາຄືນ ກໍ່ບໍ່ໜ້າຈະແປກຫຍັງ ແມ່ນບໍ່?

About au8ust

Webmaster, photographer and filmmaker based in Vientiane, Laos.
This entry was posted in Talk. Bookmark the permalink.

1 Responses to ເບີໂທລະສັບ

  1. Mimirin ເວົ້າວ່າ:

    ເຄີຍເຈິເລື່ອງປະຫຼາດໆກ່ຽວກັບໂທລະສັບຄືກັນ -*- ຕອນນັ້ນນັ່ງແຕ້ມຮູບຮອດ 3 ໂມງກາງຄືນ ມີເບີສ່ວນຕົວໂທມາ ເວລາ 3.00 ເປະໆ ເຮົາບໍ່ກ້າຮັບເລີຍປິດໄປເລີຍ ຮຸໆ ແຕ່ກະຍັງຄົງສົງໃສຢູ່ວ່າແມ່ນໃຜໂທມາກັນແທ້

ໃຫ້ຄວາມເຫັນ