ສັງສິນໄຊ ຕອນ: ຍັກກະສັນບັ້ນ

ບັດນີ້ ຈັກກ່າວມະຫາຍັກເຖົ້າເນົາໃນອະໂນຣາດ ເປັນອາດໃຕ້ລຸ່ມຟ້າສວງ
ເສື້ອສ່ວນສິນ ເຊັງວ່າກຸມພັນແທ້ທະຣົງລືຣິດທິເດດ ຮູ້ຮ່ຳຖ້ວນຄອງຊັ້ນສາຕສິນ
ຈົບເພດດ້ວຍມົນມາກຢາຢຳ ເທິງທໍຣະນີໄປ່ປຸນໃຜພ້ຽງ ເປັນພົງເຊື້ອເວດສຸວັນເທວະຣາດ
ພຣະໃຫ້ຖືດ່ານດ້າວເປັນແຫ່ງຜີ ທໍ່ໄປ່ມີເຜົ່າພ້ຽງພຣະເຍັຽຍອດເທພີ
ເປັນພຣະຍາໂທນຢູ່ເນົານອນແລ້ງ ສົມບັດລົ້ນກອງມະນີນັບໂກດ
ພິສລ່າງລ້ວນລືໄຮ້ຮ່າງແຄນ ມີທໍ່ຄິດໃຄ່ດ້ວຍດອມມິ່ງມະເຫສີ
ທົນທວງກະສັນສິ່ງໄຟຮົມເອົ້າ ຫລິງດູກ້ຳບຸຮານ ຮຽງຮ່ວມກັນນັ້ນ
ອັນວ່າພຣະມິ່ງຂ້າຂານເບື້ອງຝ່າຍໃດ ຈັກວ່າເປັນຊາດເຊື້ອນາມ ນາດແນວດຽວນີ້ລື
ຮູ້ວ່າເນົາໃນມະນຸສໂລກຄົນນະຄອນກວ້າງ ຮູ້ວ່າເປັນພົງເຊື້ອນາ ໂຄຄຸທຣາດ
ສັງມາໄລພີ່ໄວ້ໃຫ້ແດດິ້ນດັ່ນດຽວນີ້ເດ ຄ້ອມວ່າແລ້ວລາຣາຊປາງທອງ
ຮວາຍມົນໂອມແອ່ວທະຍານຍັງຟ້າ ແຍງຫົນກ້ຳກະໃດທອງເທວະຣາດພົ້ນກີບຟ້າ
ຂຽວດັ້ນດຸ່ງເຖິງມັນກໍເຂົ້າຂາບທ້າວສຸວັນນະຣາຊເທໂວ ພູມີຊົມຊື່ນຖາມຖແລງຖ້ວຍ
ມາລືກຸມພັນຜູ້ລືກຽນກົງໂລກກູເອີຍ ເຊື້ອສ່ຳເໜົ້ານາງທ້າວຄ່ອຍຄົງແດ່ລື
ເມືອນັ້ນ ທ້າວໃຫ່ຽຮູ້ຮັບພາກເທໂວ ພົງພັນຍັງຄ່ອຍຄົງພົບໜ້າ ບັດນີ້
ໂສກາກ້ຳແດນໃດຫາຍ ຫ່ວງແຄ້ນແຕ່ຂ້າພຣະບາດເຈົ້າ ໃຈຂ້ອງຂອດຂລັງ
ເພາະເພື່ອພັດປະກອບແກ້ວ ພອຍພາກພຣະຊາຍາ ທະນົງຈອນເຈັຽຣະຈາກກັນໄກລ້ຳ
ຂໍແກ່ມະຫາຈັກເຈົ້າໃຈ ຄາມຄະນິງມາກ ໂຜດຜູ້ຂ້າບົນບ້າງບອກຈິງແດ່ຖ້ອນ
ຂໍຈົ່ງຊີ້ຮ່າງບັ້ນບຸຮານເນື່ອງແນນສົມ ຂ້າຈັກກອຍໃຈຈົງແອ່ວໂອມເອົາຊ້ອນ
ເມື່ອນັ້ນເທໂວຮູ້ ຄຳເຄືອງຄະນິງ ແມ່ເມື່ອຈັກບໍ່ບອກແທ້ຢຽວກັ້ນເກື່ອນຕາຍ
ເມື່ອນັ້ນອົງຕັດຊີ້ເສົາວະນີເນືອງກ່າວ ນາງນັ້ນລົງເກີດກ້ຳນະຄອນລ້ານໂລກຄົນ
ເປັນນ້ອງທ້າວຊັ້ນຊື່ເປັນຈານ ຮຽກວ່າສຸ ມຸນທານາງຮູບສະເມີເໝືອນແຕ້ມ
ບຸນສູງເຊື້ອຊຽງຂວາງຂັດຕິຍະຣາດ ໂສມຍິ່ງຍ້ອຍ ລືເທົ້າທົ່ວແດນ
ກໍໄປມີເຜົ່າພຽງອົງອາດທຽມທົງ ບໍຣິວານນັບໝື່ນນາງນອນເຝົ້າວັນ
ຄືນຄ້າຍຕາວະຕິງໄຕໂລກ ເສບໜໍ່ໄທ້ຣະງົມກົ້ວກ່ອມປາງ ພີ່ມັນສ້າງຍ່ານກວ້າງ
ເປັນເອກມະຫາວົງ ໂຍທານັບແຮ່ກອງກາງນ້ຳ ໃນນະຄອນໃຕ້ກຽນໄກເກັງເດດລື
ທ່ານທ້າວທັງຄ້າຍສ່ວນສິນ ກົວຈັກເປັນບາບເບື້ອງບັງບຽດຄຸງຄີງທ່ານເອີຍ
ຄວນທີ່ຟັງເຮົາຢຸດຢ່າດົນດຸຮ້າຍ ເມືອນັ້ນກຸມພັນຕ້ານຄຳເບັງນົບນອບ
ລ້ຳລຸ່ມຟ້າບໍ່ມີຢ້ານ ຢ່ອນໃຜພຣະເອີຍ ຊື່ວ່າບຸນເຄີຍໄດ້ປຸນວາງໄວ້ເປົ່າເປັນລື
ຂໍແກ່ພຣະຍ່ຳເກົ້າເລັງຂ້າສ່ອງຍານແດ່ຖ້ອນ
ບັດນີ້ຂ້າຈັກລາພາກພື້ນພູວະນາດເທໂວກ່ອນແລ້ວ ກຸມພັນຖວິນ ນອບພຣະກາຍກອນຍ້າຍ
ເຖິງແຖວຊັ້ນກະໃດທອງທະຍານຮີບ ເມີນມຸ່ງຜາສາດ ແກ້ວເຮືອງຮ້ານຮອດພລັນ
ແລລ່ຳຢ້ຽມແປນເປົ່າເລີຍກະສັນ ກຸມພັນສເວີຍໂພດຄາຄືງ້ວນ
ຊົລທາເທົ້າສອງແຄມໄຫລຫລັ່ງ ກະສັນກ່ຽວແກ້ວຄືລ້ານລູບທວງ
ລືຈັກເຍື້ອນຍາກໄດ້ພໍຍີບຍາມດຽວນຶ່ງນັ້ນ ພໍເມື່ອສຸຣາພາພາງພາດດອຍດົນແຈ້ງ
ກຸມພັນແຄ້ນເຄື່ອງມະໂນຄ້ອຍຄັ່ງ
ຜີຈັກໃຊ້ແອ່ວອ້ວນໂອມນ້ອງກໍໃຊ່ການຢຽວທໍ່ຜິດເຜົ່າເຊື້ອເຊັງ
ຕື່ນເມືອງມົວດີທໍ່ຕົນດຽວຈອນຈອບເອົາດາຍໄດ້ ຂຸນມານຄ້ຳຄະນິງໃນຮີຮ່ຳຮູ້ບໍ່ພັ້ງ
ພຣະອົງຄຸ້ມຄາດສອນແລ້ວເລົ່າສວຍຈັກແກ້ວກອຍໃຈຈອມເມກ ຄືຄູ່ຮຸ້ງຮ່ອນຜ້າຍ
ຜຍ່ອງລ້ຳລວງບົນເມກເຍືອກກ້ອງກາຍກີບໄພພະນອມ ແຍງທີ່ນະຄອນເປັງຈານຈິ່ມ
ກະແສແສນທ້າງ ເລັງເຫັນມຸນທຽນທ້າວກືເມືອງມຸນສຣາດຍອດພຸ່ງພົ້ນພຽງຂ້າວຂື່ພະໂຍມ
ຊະພົ່ມພ້າວພັນຍອດຍັງແຊງ
ອຸດົມເດັຽຣະດາດຄືວັນຕ້ອງມັນກໍຫລິງໃຈແຈ້ງຫໍນາງນົງຖ່າວ
ຕັ້ງຊື່ໜ້າແຝງກ້ຳຝ່າຍຄະເນຜາສາດແກ້ວຊ້ອງຊໍ່ກອງມະນີເຮືອງໆຍົກ ຍອດຮາມຮຽງລ້ອມ
ຟັງຍິນເພັງພານເປື້ອງໂບຍບົນກ້ຽວກ່ອມພຸ້ນເຢີ ເລັງຕ່າວໃຕ້ ສວນສົ້ມຍ່ານຍາວ
ຄືຄູ່ຫິມະເວດດ້າວເດັຽຣະດາດໄກສອນ ກຸມພັນປະສົງສອດປຸນໄປຢັ້ງ
ພໍເມື່ອວັນວຽນຄ້າຍຄາສີແສງຕ່ຳ
ເໜືອຍເລັ່ງລົ້ນພົມພ້າວກາບກະຈວນຫອມຍິ່ງພ້ຽງຄັນທະຊາດຮຽງຮົດວິນວອນເຖິງຖືກທວງມານມ້າງ
ທົນສະແດເຖົ້າທູນ ເຖິງເທວະຣາດຂໍຊ່ວຍຊັກນາດນ້າວເຖິງຂ້ອຍຊິຄອບຄຸນແທ້ແລ້ວ
ບັດນີ້ ຍັກກະສັນ ບັ້ນຫຸນຫວຍຫານາດຖວາຍທ່ານຜູ້ເປັນເຈົ້າໂລກທັມກ່ອນແລ້ວ.

About au8ust

Webmaster, photographer and filmmaker based in Vientiane, Laos.
This entry was posted in หนังสือ. Bookmark the permalink.

ໃຫ້ຄວາມເຫັນ