Monthly Archives: ເດືອນມັງກອນ 2007

ຄວາມມະຫັດສະຈັນຂອງ Google PageRank

ເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ… ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ…!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ… ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ … Continue reading

Posted in Talk | 4 ຄວາມເຫັນ

ຄວາມກ້າວຫນ້າຂອງເວັບໄຊທ໌ໃນລາວ

ມື້ນີ້ລົມກັບຕາໂອ້ດ ລົມມັນວ່າຖ້າມັນບໍ່ໄປຢູ່ຊາຍແດນກໍ່ມາຊ່ວຍກັນເຮັດເວັບແມ່ະ ມັນບອກວ່າເຮັດບໍ່ເປັນ -_-" ເວນກຳ ຕານີ້ມາແປກ ມັນກໍ່ເຮັດ os55.tollfreepage.com ຢູ່ຫັ້ນ ຍັງຊິບອກວ່າເຮັດບໍ່ເປັນອີກ ເຖິງເຮັດບໍ່ເປັນກໍ່ຕ້ອງຮຽນເອົາຕົ່ວະ ໃຜມັນຊິເປັນແຕ່ເກີດ ທຸກຄົນກໍ່ຕ້ອງຮຽນຮູ້ເອົາ ບໍ່ຊັ້ນຊິມີໂຮງຮຽນ ຊິຫນັງສື ຊິມີຄູສອນ ໄປເຮັດຫຍັງ ຕາໂອ້ດກໍ່ເອີໆ ອໍໆ ໄປຕາມເລື່ອງຕາມລາວ (ສະແດງວ່າບໍ່ຢາກເຮັດ) ເລີຍບອກມັນໄປຫລາຍໆ ຢ່າງ ເຜື່ອຊິປ່ຽນໃຈ 555 ຄິດເບິ່ງແລ້ວກໍ່ແປກ ປະເທດເຮົາມີອິນເຕີເນັດໃຊ້ກໍ່ນັບເປັນຫົກເຈັດປີມານີ້ແລ້ວ ແຕ່ເວັບໄຊທ໌ຂອງຄົນລາວພັດວ່າມີຫນ້ອຍດຽວ ບໍ່ຮູ້ມັນເປັນແນວໃດ ສ່ວນຫນຶ່ງກໍ່ອາດຈະມາຈາກລາຄາຂອງອິນເຕີເນັດ ທີ່ແພງມະຫາໂຫດສຳຫລັບຄົນທົ່ວໄປ ແລະສ່ວນຫນຶ່ງກໍ່ອາດຈະມາຈາກພື້ນຖານຂອງຄົນລາວເຮົາ ທີ່ບໍ່ໄດ້ມີລາຍໄດຫລາຍພໍທີ່ຈະມາສົນໃຈກັບເລື່ອງພວກນີ້ໄດ້ ອືມ… ກໍ່ຫນ້າຄິດ ແຕ່ວ່າ ເຖິງວ່າຊິມີຄົນລາວໃຊ້ຫລາຍ ແລ້ວມັນຊິເປັນແນວໃດ? ປັນຫາຫລາຍໆ ຢ່າງທີ່ມາຈາກການໃຊ້ອິນເຕີເນັດກໍ່ຕາມມາ? … Continue reading

Posted in Computers and Internet | 6 ຄວາມເຫັນ

ຂໍບອກ

ສະບາຍທ່ານແຂກຜູ້ມີກຽດທຸກໆ ທ່ານ ອັນເນື່ອງມາຈາກວ່າຂ້າພະເຈົ້າຂຽນບລັອກຢູ່ http://www.au8ust.org ແລ້ວ ຊິໃຫ້ມາອັບເດທສອງບ່ອນມັນຄືຊິຍາກ ກໍ່ເຫດນັ້ນແລ ຈຶ່ງຢາກຈະເຊີນຊວນທ່ານທັງຫລາຍ ໄປອ່ານບລັອກຂອງຂ້າພະເຈົ້າຢຸ່ທີ່ http://www.au8ust.org ຈະດີກວ່າ ສະບາຍທັງຄົນອ່ານ ສະບາຍທັງຄົນຂຽນ ເພາະວ່າຫຍັງ ເພາະວ່າຄົນອ່ານກໍ່ອ່ານບ່ອນດຽວ ຄົນຂຽນກໍ່ຂຽນບ່ອນດຽວ ທາງດຽວກັນ ໄປນຳກັນ ພະລັງງານຫານສອງນັ້ນເອງ!!!

Posted in Talk | 6 ຄວາມເຫັນ