ຄວາມມະຫັດສະຈັນຂອງ Google PageRank

ເລື່ອງມັນມີຢູ່ວ່າ ບລັອກ au8ust.org ຈົດທະບຽນມາສາມເດືອນແລ້ວ ອັບເດທເກືອບຈະຕະຫລອດເລີຍ ແຕ່ປະກົດວ່າ… ຈົນບັດນີ້ PageRank ຍັງມີແຕ່ 0 ຢູ່ Y_Y

ແຕ່ອີກບລັອກຫນຶ່ງ ຕັ້ງໃຈຈະລອງ MFA ເບິ່ງ ເລີຍຈົດຫລິ້ນໆ ຫມູ່ຊ່ວຍຕັ້ງຊື່ໃຫ້ ໄດ້ຊື່ວ່າ BlogTheTech.com ອັນນີ້ ບໍ່ຄ່ອຍໄດ້ອັບເດທຂໍ້ມູນເລີຍ ຕັ້ງແຕ່ຈົດມານີ້ໄດ້ເກືອບເດືອນ ອັບເດທແຕ່ສອງເທື່ອ ແຕ່ປະກົດວ່າ…!!!! ໄດ້ PageRank 2!!!! ໂອ.. ພະເຈົ້າ… ຮູ້ສຶກວ່າ ມັນຫນ້າຈະກິນນຳຊື່ Domain ເພາະມີຄຳເດັດຢູ່ສອງຄຳ ຄື Blog ກັບ Tech ສອງຄຳນີ້ສຳຄັນຫລາຍ ເປັນຕົວຊ່ວຍເພີ່ມ PageRank ຫລືທີ່ເອີ້ນກັນຫຍໍ້ໆວ່າ PR ໄດ້ເປັນຢ່າງດີ

ເອ້ະ!? ແລ້ວ PageRank ຫລື PR ມັນເອົາໄວ້ເຮັດຫຍັງ? ຕອບວ່າມັນເປັນຕົວບົ່ງບອກເຖິງອັນດັບຂອງເວັບເຮົາ ຄະແນນເຕັມຄື 10 ຖ້າເວັບ ຫລືບລັອກຂອງເຮົາຍິ່ງມີຄ່າ PR ສູງເທົ່າໃດ ກໍ່ມີໂອກາດຈະໄປຢູ່ຫນ້າທຳອິດຂອງຜົນການຄົ້ນຫາຈາກ Google.com ໄດ້ຫລາຍເທົ່ານັ້ນ ເຊິ່ງມັນສຳຄັນຫລາຍ ເພາະຈະເປັນການຊ່ວຍໃຫ້ມີຄົນຮູ້ຈັກເຮົາຫລາຍຂຶ້ນຜ່ານການໃຊ້ພວກ Search Engine ຕ່າງໆນັ້ນເອງ

ແລ້ວເຮັດແນວໃດຊິເພີ່ມ PageRank ໄດ້ລ່ະ?? ອືມ… ຕ້ອງຕິດຕາມຕອນຕໍ່ໄປ…

About au8ust

Webmaster, photographer and filmmaker based in Vientiane, Laos.
This entry was posted in Talk. Bookmark the permalink.

4 Responses to ຄວາມມະຫັດສະຈັນຂອງ Google PageRank

  1. tk アナサン ເວົ້າວ່າ:

    yo yo ! 你是很好computer!我想,你是很大个人,也打好老挝人,ok ! soo soo ! กานส้าง web มันเป๊นเลื่องที่หยุ่งมากมาก  แต่ you ก๊ทําได้  哦!เก่งหลาย นะ you !(^_^)

  2. tk アナサン ເວົ້າວ່າ:

    you\’re very good at about the Informations about many webs and also many knowluages of webs . so that you should try your eassies . One Day you will be the great one … that I will be your friend ~我很高兴你的朋友那。知你快乐和你的幸福!สุ้ๆนะ….!

  3. au8ust ເວົ້າວ່າ:

    ກໍ່ເຮັດພໍໄດ້ຫນ້ອຍຫນຶ່ງ ບໍ່ເກັ່ງແທ້ເກັ່ງວ່າດອກທ່ານ TK ^_^

ໃຫ້ຄວາມເຫັນ