Category Archives: Computers and Internet

ຂຽນ Blogger

ຕອນນີ້ກັບໄປຂຽນບລັອກເກີອີກແລ້ວ ຮູ້ສຶກວ່າຈະມີລູກຫລິ້ນຫນ້າສົນໃຈຫລາຍຢ່າງພໍສົມຄວນ ຢາກໃຫ້ທ່ານທີ່ສົນໃຈຂຽນບລັອກ ລອງໄປໃຊ້ Blogger/Blogspot ເບິ່ງ ເກືອບລືມບອກໄປວ່າ ບລັອກຂອງເຮົາຢູ່ທີ່ au8ust.blogspot.com

Posted in Computers and Internet | 1 ຄວາມເຫັນ

au8ust’s community

ແວະມາບອກວ່າ ຕອນນີ້ເປີດເວບບອຣ໌ດໃຫມ່ແລ້ວ ຢາກໃຫ້ທຸກ ໆ ຄົນໄດ້ໄປທົດລອງໃຊ້ງານກັນທີ່ http://community.au8ust.org/ ຈົບຂ່າວ.

Posted in Computers and Internet | 1 ຄວາມເຫັນ

ໂປຣເຈັກໃຫມ່

ກະວ່າຊິເຮັດເວັບໃຫມ່ ຊິເຮັດຄອນເຊັບປະມານແບບພວກ ເວັບໃຫ້ຄວາມຮູ້ກ່ຽວກັບການໃຊ້ງານຄອມພິວເຕີ ກໍ່ຈະມີຂໍ້ມູນຕັ້ງແຕ່ພວກ ວິທີໃຊ້ຄອມທົ່ວໄປ ວິທີໃຊ້ Windows ວິທີໃຊ້ Linux ໃຊ້ Mac ໃຊ້ Unix ການແກ້ໄຂປັນຫາຄອມພິວເຕີຕ່າງໆ ລວມໄປເຖິງການໃຊ້ງານໂປຣແກຣມຕ່າງໆ ເຊັ່ນ​ Photoshop Dreamweaver Premiere Movie Maker Word Excel ແລະອື່ນໆ ແລະອາດຈະມີຄໍລັມລາຍງານຂ່າວຕ່າງໆ ອີກເລັກໆ ນ້ອຍໆ ຄິດວ່າ ຫນ້າຈະ Work (ຫລືບໍ່ວະ!!? 55+) ເອົາລ່ະ ເອົາລ່ະ ທຸກໆ ທ່ານມີຄວາມຄິດເຫັນແນວໃດແດ່ ກ່ຽວກັບຄອນເຊັບຂອງເວັບໃຫມ່? ອໍ້… ແລ້ວກໍ່ ຊື່ຍັງຄິດບໍ່ອອກເທື່ອ … Continue reading

Posted in Computers and Internet | 4 ຄວາມເຫັນ

ຄວາມກ້າວຫນ້າຂອງເວັບໄຊທ໌ໃນລາວ

ມື້ນີ້ລົມກັບຕາໂອ້ດ ລົມມັນວ່າຖ້າມັນບໍ່ໄປຢູ່ຊາຍແດນກໍ່ມາຊ່ວຍກັນເຮັດເວັບແມ່ະ ມັນບອກວ່າເຮັດບໍ່ເປັນ -_-" ເວນກຳ ຕານີ້ມາແປກ ມັນກໍ່ເຮັດ os55.tollfreepage.com ຢູ່ຫັ້ນ ຍັງຊິບອກວ່າເຮັດບໍ່ເປັນອີກ ເຖິງເຮັດບໍ່ເປັນກໍ່ຕ້ອງຮຽນເອົາຕົ່ວະ ໃຜມັນຊິເປັນແຕ່ເກີດ ທຸກຄົນກໍ່ຕ້ອງຮຽນຮູ້ເອົາ ບໍ່ຊັ້ນຊິມີໂຮງຮຽນ ຊິຫນັງສື ຊິມີຄູສອນ ໄປເຮັດຫຍັງ ຕາໂອ້ດກໍ່ເອີໆ ອໍໆ ໄປຕາມເລື່ອງຕາມລາວ (ສະແດງວ່າບໍ່ຢາກເຮັດ) ເລີຍບອກມັນໄປຫລາຍໆ ຢ່າງ ເຜື່ອຊິປ່ຽນໃຈ 555 ຄິດເບິ່ງແລ້ວກໍ່ແປກ ປະເທດເຮົາມີອິນເຕີເນັດໃຊ້ກໍ່ນັບເປັນຫົກເຈັດປີມານີ້ແລ້ວ ແຕ່ເວັບໄຊທ໌ຂອງຄົນລາວພັດວ່າມີຫນ້ອຍດຽວ ບໍ່ຮູ້ມັນເປັນແນວໃດ ສ່ວນຫນຶ່ງກໍ່ອາດຈະມາຈາກລາຄາຂອງອິນເຕີເນັດ ທີ່ແພງມະຫາໂຫດສຳຫລັບຄົນທົ່ວໄປ ແລະສ່ວນຫນຶ່ງກໍ່ອາດຈະມາຈາກພື້ນຖານຂອງຄົນລາວເຮົາ ທີ່ບໍ່ໄດ້ມີລາຍໄດຫລາຍພໍທີ່ຈະມາສົນໃຈກັບເລື່ອງພວກນີ້ໄດ້ ອືມ… ກໍ່ຫນ້າຄິດ ແຕ່ວ່າ ເຖິງວ່າຊິມີຄົນລາວໃຊ້ຫລາຍ ແລ້ວມັນຊິເປັນແນວໃດ? ປັນຫາຫລາຍໆ ຢ່າງທີ່ມາຈາກການໃຊ້ອິນເຕີເນັດກໍ່ຕາມມາ? … Continue reading

Posted in Computers and Internet | 6 ຄວາມເຫັນ