Monthly Archives: ເດືອນກຸມພາ 2007

ຊີວິດ ແລະເມືອງມໍລະດົກ

ມື້ນີ້ພວກມໍລະດົກມາເກັບປ້າຍຕາງໆ ຕາມທາງ ພວກປ້າຍທີ່ຍື່ນອອກມາເກີນຂອບເຂດທີ່ ທາງມໍລະດົກເຂົາກຳຫນົດໄວ້ ກໍ່ຈະຖືກຫາມຂຶ້ນລົດໄປ ໂດຍທາງເຈົ້າຫນ້າທີ່ ໆ ກ່ຽວຂ້ອງ ຈະເອົາລົດມາພ້ອມ ແລ້ວກໍ່ມີຄົນມາຖ່າຍຮູບແຊ່ະໆ ໄວ້ເປັນຫລັກຖານ ເຂົ້າໃຈວ່າ ຊ່ວງຫລັງນີ້ຄົງຈະເລີ່ມມາຈັດສັນບ້ານເມືອງອີກຄັ້ງຫນຶ່ງ ແລະອາດຈະໄປກ່ຽວຂ້ອງກັບງານກິລາທີ່ຈະຈັດຂຶ້ນ ໃນຊ່ວງເດືອນຫນ້ານີ້ນຳ ແຕ່ວ່າ ໃນຄວາມເປັນຈິງແລ້ວ ເຂົາເຮັດແບບນີ້ມັນແປກໆ ການທີ່ເຈົ້າຫນ້າທີ່ຈາກ ມໍລະດົກ ມາບອກໃຫ້ຍ້າຍປ້າຍ ຫລືປ່ຽນປ້າຍ (ລືມເລົ່າໄປວ່າ ຢູ່ຫລວງພະບາງ ປ້າຍຮ້ານຕ້ອງມີຊື່ພາສາລາວຂຶ້ນກ່ອນ ແລ້ວຈຶ່ງຕາມດ້ວຍພາສາອື່ນ) ແຕ່ລະຄັ້ງນັ້ນ ຈັ່ງແມ່ນວ່າ ບໍ່ເປັນທາງການຈັກຫນ້ອຍເລີຍ ມີແຕ່ໃຫ້ຄົນມາເວົ້າໆໆໆໆ​ບາງກໍ່ມີທຳທ່າລັກສະນະຂູ່ເຂັນຊ້ຳ ແທນທີ່ຊິເຮັດຫນັງສືມາດິບດີ ຫລືອາດມີການປະຊຸມຊີ້ແຈງ ແລະວາງລະບຽບທີ່ຊັດເຈນໃຫ້ທຸກຝ່າຍເຂົ້າໃຈ ແຕ່ກໍ່ບໍ່ເຮັດ ຫລວງພະບາງກໍ່ເປັນແຕ່ແບບນີ້ແຫລ່ະ ຈຶ່ງບອກວ່າ ໂດຍສ່ວນຕົວແລ້ວ ບໍ່ຢາກເປີດຮ້ານພວກນີ້ ເຖິງລາຍໄດ້ຈະດີ ລາຍຮັບຈະດີ … Continue reading

Posted in Talk | ໃຫ້ຄວາມເຫັນ

ໂປຣເຈັກໃຫມ່

ກະວ່າຊິເຮັດເວັບໃຫມ່ ຊິເຮັດຄອນເຊັບປະມານແບບພວກ ເວັບໃຫ້ຄວາມຮູ້ກ່ຽວກັບການໃຊ້ງານຄອມພິວເຕີ ກໍ່ຈະມີຂໍ້ມູນຕັ້ງແຕ່ພວກ ວິທີໃຊ້ຄອມທົ່ວໄປ ວິທີໃຊ້ Windows ວິທີໃຊ້ Linux ໃຊ້ Mac ໃຊ້ Unix ການແກ້ໄຂປັນຫາຄອມພິວເຕີຕ່າງໆ ລວມໄປເຖິງການໃຊ້ງານໂປຣແກຣມຕ່າງໆ ເຊັ່ນ​ Photoshop Dreamweaver Premiere Movie Maker Word Excel ແລະອື່ນໆ ແລະອາດຈະມີຄໍລັມລາຍງານຂ່າວຕ່າງໆ ອີກເລັກໆ ນ້ອຍໆ ຄິດວ່າ ຫນ້າຈະ Work (ຫລືບໍ່ວະ!!? 55+) ເອົາລ່ະ ເອົາລ່ະ ທຸກໆ ທ່ານມີຄວາມຄິດເຫັນແນວໃດແດ່ ກ່ຽວກັບຄອນເຊັບຂອງເວັບໃຫມ່? ອໍ້… ແລ້ວກໍ່ ຊື່ຍັງຄິດບໍ່ອອກເທື່ອ … Continue reading

Posted in Computers and Internet | 4 ຄວາມເຫັນ

ບ້ານນອກອາເມລິກາອາຍຸ 30!!!

ມື້ນີ້ໂທໄປຫາຫມູ່ທີ່ຮຽນຢູ່ວຽງ ຮຽນ Lao-Singapore Computer Genetic School (LSCGS) ລົມມັນ ມັນເວົ້າໃຫ້ຟັງວ່າ ໄປເຈີະກັບຄົນພາກເຊົ້າ ແລ້ວກໍ່ເປີດ au8ust.org ໃຫ້ເຂົາເບິ່ງ ບາດນີ້ມີອີຕາຫນຶ່ງ ເຫັນແລ້ວບອກວ່າ ເຄີຍເຂົ້າໄປເບິ່ງຄືກັນ ເວັບ au8ust.org ແຕ່ບໍ່ຮູ້ໃຜເປັນຄົນເຮັດ ສົງໄສຊິແມ່ນບ້ານນອກອາເມລິການ ອາຍຸຄົງຈະປະມານ 30 !!!!! OMG!!! ຄິດໄດ້ແນວໃດວະ 5555+++ ໂອຍຕາຫລົກຫລາຍ ຕາຫລົກຫລາຍ ຊ່ວງນີ້ສົງໄສເປັນຂາລົງ ເວັບໃດກໍ່ທຳທ່າຊິໄປບໍ່ລອດ ຫລ້າສຸດ LaoSymbian.com ເຈັ໊ງໄປແລ້ວ Forum ລົ່ມ ໄດ້ເຮັດໃຫມ່ ສົງໄສຊິໄປບໍ່ຮອດໃສແທ້ໆ ສ່ວນ LaoSabai.com ເວັບເປີດໃຫມ່ … Continue reading

Posted in Talk | ໃຫ້ຄວາມເຫັນ